ການປູກໝາກຂຽບ
  1.  

                              ການປູກໝາກຂຽບ




           ຫມາກ­ຂຽບ​ເປັນ​ຫມາກ​ໄມ້​ທີ່​ສາ­ມາດ​ປັບ​ຕົວ​ເຂົ້າ​ກັບ​ສະ­ພາບ​ແວດ​ລ້ອມ​ໄດ້​ດີ ແລະ ນິ­ຍົມ​ປູກ​ໃນ​ເຂດ​ອາ­ກາດ​ຮ້ອນ, ເຂດ​ອົບ​ອຸ່ນ​ໃນ​ສ່ວນ​ຕ່າງໆ​ຂອງ​ໂລກ, ພ້ອມ​ທັງ​ມີ​ລົດ​ຊາດ​ພໍ­ດີ​ກິນ ນິ­ຍົມ​ບໍ­ລິ­ໂພກ​ທົ່ວ​ໄປ​ທັງ​ພາຍ​ໃນ ແລະ ຕ່າງ­ປະ­ເທດ ເຊິ່ງ​ເຫມາະ​ສົມ ຢ່າງ​ຍິ່ງ​ທີ່​ຊາວ​ສວນ​ຈະ​ຫັນ​ມາ​ປູກ​ເພື່ອ​ເປັນ​ສິນ­ຄ້າ, ເພາະ­ວ່າ​ໃນ​ປະ­ຈຸ​ບັນ ການ​ປູກ​ຫມາກ​ໄມ້​ເປັນ​ສິນ­ຄ້າ​ຢູ່​ພາຍ​ໃນ​ປະ­ເທດ​ເຮົາ​ຍັງ​ຖື​ວ່າ​ຫນ້ອຍ​ຢູ່​ເມືອ​ທຽບ​ກັບ​ຕ່າງ­ປະ­ເທດ.     
          ສະ­ນັ້ນ, ປະ­ຈຸ​ບັນກຳ­ລັງ​ກ້າວເຂົ້າສູ່​ລະ­ດູ­ຝົນ ​ເຊິ່ງ​ເປັນ​ໂອ­ກາດດີ​ໃຫ້​ກັບ​ຜູ້​ທີ່​ກຳ­ລັງ​ສົນ­ໃຈ​ຢາກ​ລົງ­ທຶນ​ໃນ​ຂະ­ແຫນງ​ກະ­ສິ­ກຳ​ເພື່ອ​ເຮັດ​ການ​ຜະ­ລິດ​ເປັນ​ສິນ­ຄ້າ ແລະ ຫມາກ­ຂຽບ​ກໍ່​ເປັນ​ຫມາກ​ໄມ້​ຊະ­ນິດ​ຫນຶ່ງ​ທີ່​ນິ­ຍົມ​ບໍ­ລິ­ໂພກ  ແລະ ປູກ​ເປັນ​ສິນ­ຄ້າ​ໄດ້, ທີ່​ສຳ ຄັນ​ແມ່ນ​ເພື່ອ​ຫລຸດ​ການ​ນຳ​ເຂົ້າ​ຈາກ​ຕ່າງ­ປະ­ເທດ​ນຳ​ອີກ.
           ສ່ວນ​ວິ­ທີ​ປູກ​ແມ່ນ​ສາ­ມາດປະ­ຕິ­ບັດ​ໄດ້​ງ່າຍໆ​ຄື: ຄວນ​ຂຸດຂຸມ​ປູກ​ໃຫ້​ມີ​ຂະ­ຫນາດ​ກວ້າງ, ຍາວ ແລະ ເລິກ​ປະ­ມານ 50 ຊັງ​ຕີ​ແມັດ, ໄລ­ຍະ​ປູກ 3x3 ແມັດຕໍ່​ຕົ້ນ, ປະ­ມານ 150 ຕົ້ນ​ຕໍ່​ໄລ່,ຫລັງ​ຈາກ​ທີ່​ກຽມ​ຂຸມ​ສຳ­ເລັດ ແລ້ວ​ໃຫ້​ປະ­ສົມ​ດິນ​ກັບ​ຝຸ່ນ​ຄອກ ຈຳ­ນວນ 5 ກິ​ໂລກ​ຣາມ ແລະ ປຸ໋ຍຣອດ​ຟໍ​ສ​ເຟດ ຈຳ­ນວນ 500 ກຣາມ​ເຂົ້າ­ກັນ​ໃນ​ຂຸມ​ສູງ​ປະມານ 2/3 ຂອງ​ຂຸມ, ແລ້ວ​ຍົກ​ຕົ້ນ­ໄມ້​ທີ່​ກ້າ​ໄວ້​ນັ້ນ​ລົງ​ໃນ​ຂຸມ ໂດຍ​ໃຫ້​ລະ­ດັບ​ຂອງ​ດິນ​ໃນ​ຖົງ​ສູງ​ກວ່າ​ລະ­ດັບ​ດິນ​ປາກ​ຂຸມ​ເລັກ​ນ້ອຍ, ໃຊ້​ມີດ​ແຫລມ​ແລ່ງ​ຖົງ​ຈາກ​ກົ້ນ​ຂຶ້ນ​ຫາ​ປາກ​ຖົງ​ຢາງ​ທັງ 2 ດ້ານ (ຊ້າຍ ແລະ ຂວາ), ຈາກ​ນັ້ນ ໃຫ້​ດຶງ​ຖົງ​ຢາງ​ອອກ ໂດຍ​ລະ­ວັງ​ຢ່າ​ໃຫ້​ດິນ​ແຕກ ແລ້ວ​ກວດ​ເອົາ​ດິນ​ທີ່​ເຫລືອ​ລົງ​ໃນ​ຂຸມ, ກົດ​ດິນ​ບໍ­ລິ­ເວນ​ກົກ​ຕົ້ນໃຫ້​ແຫນ້ນ, ພ້ອມ​ທັງ​ປັກ​ໄມ້ ແລະ ມັດ​ເຊືອກ​ໄວ້ ເພື່ອ​ປ້ອງ​ກັນ​ລົມ​ພັດ ແລ້ວ​ຫາ​ວັດ​ສະ​ດຸ​ປົກ​ດິນ​ບໍ­ລິ­ເວນ​ລຳ­ຕົ້ນ​ເຊັ່ນ ເຟືອງ, ຫຍ້າ​ແຫ້ງ ແລະ ຫົດ​ນ້ຳ​ໃຫ້​ຊຸ່ມ, ພ້ອມ​ເຮັດ​ຮົ່ມ​ບັງ ເພື່ອ​ຊ່ວຍ​ກັນ­ແສງ​ແດດ.
            ສ່ວນ​ການ​ຮັກ­ສາ ແລະ ໃສ່​ປຸ໋ຍແມ່ນ​ສາ­ມາດ​ປະ­ຕິ­ບັດ​ຄື ຕົ້ນ​ທີ່​ຍັງ ບໍ່​ທັນ​ໃຫ້​ຜົນ​ຜະ­ລິດ​ໃສ່​ປຸ໋ຍ​ວິ​ທະຍາ​ສາດ​ສູດ 15-15-15 ໃນ​ອັດ­ຕາ​ສ່ວນ 0,5 ກິ​ໂລກ​ຣາມ​ຕໍ່​ຕົ້ນ​ຕໍ່​ປີ, ແບ່ງ​ໃສ່ 2-3 ຄັ້ງ, ສ່ວນ​ຕົ້ນ​ທີ່​ໃຫ້​ຜົນ​ຜະ­ລິດ​ແລ້ວ​ກໍ່​ສາ­ມາດ​ແບ່ງ​ໄລ­ຍະ​ການ​ໃຫ້ປຸ໋ຍ​ດ້ວຍບຳ­ລຸງ​ຕົ້ນ​ໃຊ້​ປຸ໋ຍ​ວິ​ທະຍາ​ສາດ ສູດ 15-15-15, ສ່ວນໄລ­ຍະ​ອອກ­ດອກ​ຈະ​ໃຊ້​ສູດ 8-24-24, ສຳ­ລັບ​ໄລ­ຍະ​ເປັນ​ຫມາກ​ແມ່ນ​ໃຊ້​ສູດ 15-15-15  ແລະ ໄລ­ຍະ​ສຸດ​ທ້າຍ​ແມ່ນ​ຈະ ປັບ­ປຸງ​ຄຸນ​ນະ​ພາບ​ຂອງ​ຫມາກ​ໃຫ້​ໃຫຍ່ ແລະ ຫວານ​ໃຊ້​ສູດ 13-13-21. ສະ­ເພາະ​ປະ­ລິ­ມານປຸ໋ຍ​ທີ່​ໃຊ້​ແມ່ນ​ຂຶ້ນ​ຢູ່​ກັບ​ອາ­ຍຸຂອງຕົ້ນ ແລະ ຜົນ​ຜະ­ລິດ​ຈາກ​ຕົ້ນ, ເຊິ່ງ​ອັດ­ຕາ​ທີ່​ໃຊ້​ຢູ່​ລະ­ຫວ່າງ 2-4 ກິ​ໂລກ​ຣາມ​ຕໍ່​ຕົ້ນ​ຕໍ່​ປີ.
          ສ່ວນ​ການ​ໃຫ້​ນ້ຳ​ໃນ​ໄລ­ຍະ​ການ​ປູກ​ໃຫມ່​ຈຳ­ເປັນ​ຕ້ອງ​ໃຫ້​ນ້ຳ​ຢ່າງ​ສະ​ຫມ່ຳ​ສະ­ເຫມີ ເພາະ​ຈະ​ຊ່ວຍ​ໃຫ້​ຫມາກ­ຂຽບ​ຈະ­ເລີນເຕີບ​ໂຕ​ໄດ້​ໄວ, ຈຳ­ນວນ​ລອດ​ຕາຍ​ສູງ, ຫມາກ­ຂຽບ​ຈະ​ເລີ່ມ​ໃຫ້​ຫມາກ​ໄດ້​ໃນ​ປີ​ທີ2, ຖ້າ​ໃຫ້​ນ້ຳ​ແກ່​ຕົ້ນ​ຫມາກ­ຂຽບ​ສະ​ຫມ່ຳ​ສະ­ເຫມີ​ຈະ​ຊ່ວຍ​ໃຫ້​ຂະ­ຫນາດ​ຂອງ​ຫມາກ​ໃຫຍ່ ແລະ ມີ​ຄຸນ​ນະ​ພາບດີ.

     

 

ຄວາມຄິດເຫັນ

 

Free Web Hosting